Sunday, September 12, 2010

Bounthanong Xomxayphonh / Underdevelopment

1 comment:

  1. ສາຍລົມເໝືອແຜ່ວຜັດ....ພາເຄີບເຄີ້ມ
    ທັງອຸດົມການເພິ່ມເຕີມເຂົ້ານຳ
    ແລ້ວຄວາມທຸກທີ່ທຸກຈົນວົນເຂົ້ານຳ
    ຊ້ຳບໍ່ໝຳຍັງພ່ຳເພັນເປັນເໜືອນບຸນ.
    ສະຫຼະໃຫ້ທັງປ່າໄຜ່.....ແລະດົງໝາ
    ມ້າງພູຜາ.......ຍໍຍົກໃຫ້ເພື່ອນສະໝາມ
    ຈາກສົງຄາມທີ່ຊົ່ວຊາມລຸກລາມບ້ານ
    ເຂົາອອຍເຮົາເຂົາໃຊ້ເຮົາເປັນທາງຜ່ານ
    ແຕ່ເຮົາຫັ້ນໄປເຫັນດີພລິແຜ່ນດິນ.
    ແລ້ວມີໃຜຄີດເຫັນໄດ້ໄຜ່ຂາດໝາມ
    ແລ້ວມີໃຜກ້າເອີ່ຍຂາມຕ້ານຕອງກັບ
    ຍາມແຜ່ນດິນແຜ່ນນີ້ເຫຼືອເປັນຕັບ
    ລູກແຕກທີ່ຍັງບໍ່ໄດ້ນັບວ່າຈົມດິນເຫຼຶອພຽງໃດ.
    ແລ້ວແມ່ນໃຜຄວນໃຊ້ໝີ້ປາງສົງຄາມ
    ແລ້ວແມ່ນໃຜຄວນເກັບກຳຣະເບີດຮ້າຍ
    ທີ່ຫຼົງເຫຼືອໃນດົງດອນແຄມປ່າໄຜ່
    ແລ້ວແມ່ນໃຜຄວນເຂົ້າໃຈແລະໃຊ້ໝີ້!?

    ReplyDelete