ຫາກວ່າຫ້ອງຄັບແຄບ.....ແນບຢູ່ແນວໃດສັງບໍ່ໄຂປະຕູ.........ປ່ອງແປວລົມຕ້ອງຫຼືປ່ອງອ້ຽມ..........ປິດຕັນລົງກອນຫຼັ່ນ....ຊັ້ນບໍຈຶ່ງບໍ່ໄຂອອກໃຫ້......ແສງຕ້ອງສ່ອງກາຍ.ຈະໜົກໜົ້ນຢູ່ໄດ້...ປານກົບຂຽດໃນເບ໊າະຄອງຄອຍຫາ.............ຟ້າຝົນໃຫ້ມາເຕື້ອງຝົນຮຳໃຫ້............ດິນເປັນຕົມແຕກເຫີບຈຶ່ງຄ່ອຍຫຼຸດອອກພົ້ນ..ໃນພົ້ງແຫ່ງຕົນ.ເຫັນວ່າໄວ້...........ຄົນນັ້ນເກັ່ງເກິນໃຜຄີດຂໍ້ຄຳຂານໄຂ.......ສ້າງແປງເປັນໄດ້ສັງມາງໍຄ໊ອງງ໊ອງ......ປານກະເລັນບົ້ງໃຫຍ່ຍາມໃຜຕ້ອງຫາກໄດ້......ຂົດໂຄ້ງກອດຕົນ...ເອງແລ!
ຫາກວ່າຫ້ອງຄັບແຄບ.....ແນບຢູ່ແນວໃດ
ReplyDeleteສັງບໍ່ໄຂປະຕູ.........ປ່ອງແປວລົມຕ້ອງ
ຫຼືປ່ອງອ້ຽມ..........ປິດຕັນລົງກອນຫຼັ່ນ....ຊັ້ນບໍ
ຈຶ່ງບໍ່ໄຂອອກໃຫ້......ແສງຕ້ອງສ່ອງກາຍ.
ຈະໜົກໜົ້ນຢູ່ໄດ້...ປານກົບຂຽດໃນເບ໊າະ
ຄອງຄອຍຫາ.............ຟ້າຝົນໃຫ້ມາເຕື້ອງ
ຝົນຮຳໃຫ້............ດິນເປັນຕົມແຕກເຫີບ
ຈຶ່ງຄ່ອຍຫຼຸດອອກພົ້ນ..ໃນພົ້ງແຫ່ງຕົນ.
ເຫັນວ່າໄວ້...........ຄົນນັ້ນເກັ່ງເກິນໃຜ
ຄີດຂໍ້ຄຳຂານໄຂ.......ສ້າງແປງເປັນໄດ້
ສັງມາງໍຄ໊ອງງ໊ອງ......ປານກະເລັນບົ້ງໃຫຍ່
ຍາມໃຜຕ້ອງຫາກໄດ້......ຂົດໂຄ້ງກອດຕົນ...ເອງແລ!