Thursday, September 2, 2010

Bounthanong Xomxayphonh / This room...

1 comment:

  1. ຫາກວ່າຫ້ອງຄັບແຄບ.....ແນບຢູ່ແນວໃດ
    ສັງບໍ່ໄຂປະຕູ.........ປ່ອງແປວລົມຕ້ອງ
    ຫຼືປ່ອງອ້ຽມ..........ປິດຕັນລົງກອນຫຼັ່ນ....ຊັ້ນບໍ
    ຈຶ່ງບໍ່ໄຂອອກໃຫ້......ແສງຕ້ອງສ່ອງກາຍ.

    ຈະໜົກໜົ້ນຢູ່ໄດ້...ປານກົບຂຽດໃນເບ໊າະ
    ຄອງຄອຍຫາ.............ຟ້າຝົນໃຫ້ມາເຕື້ອງ
    ຝົນຮຳໃຫ້............ດິນເປັນຕົມແຕກເຫີບ
    ຈຶ່ງຄ່ອຍຫຼຸດອອກພົ້ນ..ໃນພົ້ງແຫ່ງຕົນ.

    ເຫັນວ່າໄວ້...........ຄົນນັ້ນເກັ່ງເກິນໃຜ
    ຄີດຂໍ້ຄຳຂານໄຂ.......ສ້າງແປງເປັນໄດ້
    ສັງມາງໍຄ໊ອງງ໊ອງ......ປານກະເລັນບົ້ງໃຫຍ່
    ຍາມໃຜຕ້ອງຫາກໄດ້......ຂົດໂຄ້ງກອດຕົນ...ເອງແລ!

    ReplyDelete