Tuesday, September 21, 2010

C. Inthouphilath / Animals Values

2 comments:

  1. ສະບາຍດີ ທ່ານອາຈາຣຍ໌ ຈັນ ອິນທຸພິລາດ(ອິນທຸພິຣາຊ) ຂະນ້ອຍ ມະນີຣັຕນ໌ ມີຄວາມຍິນດີທີ່ສຸດ ທີ່ໄດ້ເຫັນ ບົຕກອນແລະບົຕປະພັນ ຂອງທ່ານອາຈາຣຍ໌ ອີກຄັ້ງນຶ່ງ, ດ້ວຍວ່າ ຂະນ້ອຍມີປື້ມ(ພັບບົຕອ່ານ ພາສາລາວຕອນປາຍ)ຫົວນຶ່ງເກັບຮັກສາໄວ້ ຫຼາຍສິບປີແລ້ວ ແລະ ບໍ່ຄຶດວ່າຈະໄດ້ມາພົບບົຕປະພັນຂອງທ່ານອີກ. ໂດຍສະເພາະແລ້ວ ຂະນ້ອຍມີ ຂໍ້ຂ້ອງໃຈຢາກຖາມທ່ານ ອາຈາຣຍ໌ ວ່າ:
    ໑_ ບົຕປະພັນກອນອ່ານ ນິສັຍມົດສົ້ມ
    ໒_ ບົຕປະພັນກອນອ່ານ ນິສັຍນົກຈອກຟ້າ

    ຈະຂໍອະນຸຍາທ ອັດເປັນສຳເນົາ ແລະ ເອົາມາລົງໃນ ບລ໋ອກ ນີ້ຈະເຫັນສົມຄວນ ຫລື ເປັນກາຣເໝາະສົມປະກາຣໃດບໍ່? ກະຣຸນາຊີ້ແນະແນວທາງແດ່ຜູ້ຂ້າດ້ວຍ ຈະເປັນພຣະຄຸນຢ່າງສູງ.

    ດ້ວຍຄວາມໂຄຣົພ ແລະ ນັບຖືມາຍັງ ທ່ານອາຈາຣຍ໌.
    ມະນີຣັຕນ໌.
    ໒໔/໐໙/໑໐.

    ReplyDelete
  2. ໂອນໍຄັນກ່າວກັນເຖິງຊ້າງ..........ຫຼາຍເຊຶອກຕາຍໄປ
    ເພາະພວກຄົນອັມມຳຫິດ.............ຂ້າແກງໜົດສີ້ນ
    ຫວັງເອົາງາສານຊ້າງ...............ພາຍສານຕາຍເປົ່າ
    ເຂົາບໍ່ເຫັນຄ່າຊ້າງ..............ເກິນເງິນນັ້ນຄ່າງາ.
    ທັງສິງເສຶອສີງຊ້າງ...............ທາງໃດກະລຳບາກ
    ແນວຄົນພານມີຫຼາຍ.................ຢູ່ລາວຄາວນີ້
    ກິນທັງເນື້ອ.....................ເຖຶອທັງໝັງກະດູກອ່ອນ
    ກິນກັນຈົນບໍ່ຫຼ້ອນ...............ບໍ່ອາຍບ້ານອື່ນໄກ.

    ທີ່ເຂົາພາກັນປ້ອງ...............ປົກປອງສັດປ່າ
    ໃຫ້ຄົງເຫຼືອທຽມດິນ..............ດ່ານໃດແດນນັ້ນ
    ສ່ວນລາວເຮົາໃໜ່ນີ້............ເຫັນດີແຕ່ຄຸນຄ່າ
    ເງິນແລະຄຳທໍ່ນັ້ນ..............ກາຍຫັ້ນບໍ່ຝັນ ທ່ານເອີຍ..

    ReplyDelete