ສະບາຍດີ ທ່ານອາຈາຣຍ໌ ຈັນ ອິນທຸພິລາດ(ອິນທຸພິຣາຊ) ຂະນ້ອຍ ມະນີຣັຕນ໌ ມີຄວາມຍິນດີທີ່ສຸດ ທີ່ໄດ້ເຫັນ ບົຕກອນແລະບົຕປະພັນ ຂອງທ່ານອາຈາຣຍ໌ ອີກຄັ້ງນຶ່ງ, ດ້ວຍວ່າ ຂະນ້ອຍມີປື້ມ(ພັບບົຕອ່ານ ພາສາລາວຕອນປາຍ)ຫົວນຶ່ງເກັບຮັກສາໄວ້ ຫຼາຍສິບປີແລ້ວ ແລະ ບໍ່ຄຶດວ່າຈະໄດ້ມາພົບບົຕປະພັນຂອງທ່ານອີກ. ໂດຍສະເພາະແລ້ວ ຂະນ້ອຍມີ ຂໍ້ຂ້ອງໃຈຢາກຖາມທ່ານ ອາຈາຣຍ໌ ວ່າ: ໑_ ບົຕປະພັນກອນອ່ານ ນິສັຍມົດສົ້ມ ໒_ ບົຕປະພັນກອນອ່ານ ນິສັຍນົກຈອກຟ້າຈະຂໍອະນຸຍາທ ອັດເປັນສຳເນົາ ແລະ ເອົາມາລົງໃນ ບລ໋ອກ ນີ້ຈະເຫັນສົມຄວນ ຫລື ເປັນກາຣເໝາະສົມປະກາຣໃດບໍ່? ກະຣຸນາຊີ້ແນະແນວທາງແດ່ຜູ້ຂ້າດ້ວຍ ຈະເປັນພຣະຄຸນຢ່າງສູງ.ດ້ວຍຄວາມໂຄຣົພ ແລະ ນັບຖືມາຍັງ ທ່ານອາຈາຣຍ໌.ມະນີຣັຕນ໌.໒໔/໐໙/໑໐.
ໂອນໍຄັນກ່າວກັນເຖິງຊ້າງ..........ຫຼາຍເຊຶອກຕາຍໄປເພາະພວກຄົນອັມມຳຫິດ.............ຂ້າແກງໜົດສີ້ນຫວັງເອົາງາສານຊ້າງ...............ພາຍສານຕາຍເປົ່າເຂົາບໍ່ເຫັນຄ່າຊ້າງ..............ເກິນເງິນນັ້ນຄ່າງາ.ທັງສິງເສຶອສີງຊ້າງ...............ທາງໃດກະລຳບາກແນວຄົນພານມີຫຼາຍ.................ຢູ່ລາວຄາວນີ້ກິນທັງເນື້ອ.....................ເຖຶອທັງໝັງກະດູກອ່ອນກິນກັນຈົນບໍ່ຫຼ້ອນ...............ບໍ່ອາຍບ້ານອື່ນໄກ.ທີ່ເຂົາພາກັນປ້ອງ...............ປົກປອງສັດປ່າໃຫ້ຄົງເຫຼືອທຽມດິນ..............ດ່ານໃດແດນນັ້ນສ່ວນລາວເຮົາໃໜ່ນີ້............ເຫັນດີແຕ່ຄຸນຄ່າເງິນແລະຄຳທໍ່ນັ້ນ..............ກາຍຫັ້ນບໍ່ຝັນ ທ່ານເອີຍ..
ສະບາຍດີ ທ່ານອາຈາຣຍ໌ ຈັນ ອິນທຸພິລາດ(ອິນທຸພິຣາຊ) ຂະນ້ອຍ ມະນີຣັຕນ໌ ມີຄວາມຍິນດີທີ່ສຸດ ທີ່ໄດ້ເຫັນ ບົຕກອນແລະບົຕປະພັນ ຂອງທ່ານອາຈາຣຍ໌ ອີກຄັ້ງນຶ່ງ, ດ້ວຍວ່າ ຂະນ້ອຍມີປື້ມ(ພັບບົຕອ່ານ ພາສາລາວຕອນປາຍ)ຫົວນຶ່ງເກັບຮັກສາໄວ້ ຫຼາຍສິບປີແລ້ວ ແລະ ບໍ່ຄຶດວ່າຈະໄດ້ມາພົບບົຕປະພັນຂອງທ່ານອີກ. ໂດຍສະເພາະແລ້ວ ຂະນ້ອຍມີ ຂໍ້ຂ້ອງໃຈຢາກຖາມທ່ານ ອາຈາຣຍ໌ ວ່າ:
ReplyDelete໑_ ບົຕປະພັນກອນອ່ານ ນິສັຍມົດສົ້ມ
໒_ ບົຕປະພັນກອນອ່ານ ນິສັຍນົກຈອກຟ້າ
ຈະຂໍອະນຸຍາທ ອັດເປັນສຳເນົາ ແລະ ເອົາມາລົງໃນ ບລ໋ອກ ນີ້ຈະເຫັນສົມຄວນ ຫລື ເປັນກາຣເໝາະສົມປະກາຣໃດບໍ່? ກະຣຸນາຊີ້ແນະແນວທາງແດ່ຜູ້ຂ້າດ້ວຍ ຈະເປັນພຣະຄຸນຢ່າງສູງ.
ດ້ວຍຄວາມໂຄຣົພ ແລະ ນັບຖືມາຍັງ ທ່ານອາຈາຣຍ໌.
ມະນີຣັຕນ໌.
໒໔/໐໙/໑໐.
ໂອນໍຄັນກ່າວກັນເຖິງຊ້າງ..........ຫຼາຍເຊຶອກຕາຍໄປ
ReplyDeleteເພາະພວກຄົນອັມມຳຫິດ.............ຂ້າແກງໜົດສີ້ນ
ຫວັງເອົາງາສານຊ້າງ...............ພາຍສານຕາຍເປົ່າ
ເຂົາບໍ່ເຫັນຄ່າຊ້າງ..............ເກິນເງິນນັ້ນຄ່າງາ.
ທັງສິງເສຶອສີງຊ້າງ...............ທາງໃດກະລຳບາກ
ແນວຄົນພານມີຫຼາຍ.................ຢູ່ລາວຄາວນີ້
ກິນທັງເນື້ອ.....................ເຖຶອທັງໝັງກະດູກອ່ອນ
ກິນກັນຈົນບໍ່ຫຼ້ອນ...............ບໍ່ອາຍບ້ານອື່ນໄກ.
ທີ່ເຂົາພາກັນປ້ອງ...............ປົກປອງສັດປ່າ
ໃຫ້ຄົງເຫຼືອທຽມດິນ..............ດ່ານໃດແດນນັ້ນ
ສ່ວນລາວເຮົາໃໜ່ນີ້............ເຫັນດີແຕ່ຄຸນຄ່າ
ເງິນແລະຄຳທໍ່ນັ້ນ..............ກາຍຫັ້ນບໍ່ຝັນ ທ່ານເອີຍ..